ສປຊ ຮຽກຮ້ອງໃຫ້ສ້າງຕັ້ງ ກອງປ້ອງກັນສຳລັບສື່ອອນລາຍ
ສຳນັກຂ່າວຊິນຮວາໃຫ້ຮູ້ ວ່າ: ທ່ານ ອັນໂຕນີໂອ ກູເຕີແຣັສ ປະທານອົງການສະຫະປະຊາຊາດໄດ້ກ່າວຄຳປາໄສເມື່ອບໍ່ດົນນີ້, ໂດຍທ່ານໄດ້ຮຽກຮ້ອງໃຫ້
ໂລກສ້າງຕັ້ງ "ກອງປ້ອງກັນ" ສື່ອອນລາຍ ເພື່ອປ້ອງກັນການແຜ່ລາມບັນດາອຸ ດົມການ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງ. ທ່ານ ກູເຕີແຣັສ ໄດ້ກ່າວເຕືອນໃນພິທີ
ປາຖະກະຖາລະນຶກ "ວັນລະນຶກເຖິງການຂ້າລ້າງແຄ້ນສາ ກົນ" ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ສະຫະປະຊາຊາດໃນນິວຢອກ, ໂດຍທ່ານກ່າວວ່າ, ສື່ອອນລາຍ
ໄດ້ເລັ່ງການແຜ່ກະຈາຍຄຳເວົ້າທີ່ຄຽດຊັງ, ອຸດົມການ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງໄປທົ່ວໂລກ. ຫຼາຍໆມຸມຂອງອິນເຕີເນັດໄດ້ກາຍ ເປັນ "ບ່ອນປ້ອນຂໍ້ມູນ
ຂ່າວສານທີ່ເປັນພິດສຳລັບຄວາມຄຽດຊັງ ແລະ ການບິດເບືອນທີ່ໂຫດຮ້າຍ" ເຊິ່ງຖືກກະຕຸ້ນໂດຍເວທີສື່ມວນຊົນສັງ ຄົມ ແລະ ຜູ້ໂຄສະນາທີ່ກ່ຽວຂ້ອງ.
ຕໍ່ກັບບັນຫາດັ່ງກ່າວ, ທ່ານຮຽກຮ້ອງໃຫ້ບໍລິສັດເຕັກໂນໂລຊີ, ຜູ້ວາງນະໂຍບາຍ, ສື່ມວນຊົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງປະ ຕິບັດການເພີ່ມເຕີມ
ເພື່ອປ້ອງກັນການແຜ່ກະຈາຍຂອງຂໍ້ມູນທີ່ບໍ່ມີມູນຄວາມຈິງ ແລະ ວາງມາດຕະການທີ່ມີຜົນບັງຄັບໃຊ້ໃນສື່ອອນລາຍໃຫ້ມີປະສິດຕິພາບ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ